ODOP

ປະຈຸບັນທາງກົມສົ້ງເສີມການຄ້າ ໄດ້ມີການຈັດຕັ້ງປະຕິບັດອອກອະນຸຍາດນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ໄດ້ທັງໝົດ 290 ຫົວໜ່ວຍ, ມີ 1,045 ຜະລິດຕະພັນສິນຄ້າ, ກວມເອົາ 276 ບ້ານ, ໃນ 108 ເມືອງ ໃນຂອບເຂດທົ່ວປະເທດ; ໃນນັ້ນບັນດາ ຫົວໜ່ວຍຜະລິດສິນຄ້າປະເພດ ຫັດຖະກໍາ ກວມເອົາ 53% ( 153 ຫົວໜ່ວຍ ); ຫົວໜ່ວຍຜະລິດສິນຄ້າປະເພດ ອາຫານ ແລະ ເຄື່ອງດື່ມ ກວມເອົາ 42% ( 123 ຫົວໜ່ວຍ ); ຫົວໜ່ວຍຜະລິດສິນຄ້າປະເພດ ຢາພື້ນເມືອງ ກວມເອົາ 5% ( 14 ຫົວໜ່ວຍ ); ການຜະລິດສິນຄ້າຫັດຖະກຳ ມີປະມານ 719 ຜະລິດຕະພັນ, ອາຫານ ແລະ ເຄື່ອງດື່ມ ມີ 260 ຜະລິດຕະພັນ ແລະ ຜະລິດຕະພັນປະເພດ ຢາພື້ນເມືອງ ມີປະມານ 66 ຜະລິດຕະພັນ.
ເຊິ່ງໃນປີຜ່ານມາ ( 2021 ) ສາມາດອະນຸຍາດນຳໃຊ້ກາໝາຍ ໂອດອບ ໃຫ້ແກ່ກຸ່ມຜູ້ລິດໄດ້ເພີ່ມຕື່ມອີກ 15 ຫົວໜ່ວຍ ແລະ ຜະລິດຕະພັນ ເພີ່ມຂື້ນ 56 ຜະລິດຕະພັນ.
ໃນປີ 2022 ( ຂໍ້ມູນວັນທີ 20 ກັນຍາ 2022 ) ໄດ້ມີການອອກອະນຸຍາດໄດ້ທັງໝົດແມ່ນ 34 ຫົວໜ່ວຍ, 118 ຜະລິດຕະພັນ.
ພ້ອມນີ້ ທາງ ກສຄ ຍັງໄດ້ຜັນຂະຫຍາຍຊຸກຍູ້ສົ່ງເສີມເພື່ອເພີ່ມຊ່ອງທາງໃນການຈຳໜ່າຍໃຫ້ແກ່ຜູ້ຜະລິດສິນຄ້າ ໂອດອບ ໂດຍອະນຸຍາດການເປີດ ສູນຈຳໜ່າຍສິນຄ້າ ໂອດອບ ແຫ່ງຊາດ ເຖິງ 02 ແຫ່ງ ຄື: ສູນຝາກຂາຍ ໂອດອບລາວ ເອັນແອນເອັນ/12 ສ່ວນບຸກຄົນ ທີ່ ສູນການຄ້າວຽງຈັນເຊັນເຕີ(ນະຄອນຫຼວງວຽງຈັນ) ແລະ ບໍລິສັດ ຮຸ່ງຈະເລີນ ລວຍຊັບ ການຄ້າ ນຳເຂົ້າ-ສົ່ງອອກ ຈຳກັດຜູ້ດຽວ ທີ່ ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງບັນດາສູນດັ່ງກ່າວແມ່ນຢູ່ໃນຂັ້ນການລະດົມນຳເອົາສິນຄ້າ ໂອດອບ ເຂົ້າໄປວາງຈຳໜ່າຍໃນສູນ.

ນິຕິກຳສົ່ງເສີມວຽກງານ ໂອດອບ:
– ຂໍ້ຕົກລົງ ວ່າດ້ວຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ສະບັບເລກທີ 1225/ອຄ.ກສຄ, ລົງວັນທີ 01 ສິງຫາ 2017.
– ບົດແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດໃນການຕິດດາວນາມມະຍົດໃຫ້ແກ່ ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ສະບັບເລກທີ 0258/ກສຄ, ລົງວັນທີ 19 ເມສາ 2018.
– ແຈ້ງການ ການຄຸ້ມຄອງ ແລະ ອະນຸມັດເປີດ ສູນ/ຮ້ານ ຈຳໜ່າຍສິນຄ້າ ໂອດອບ ແຫ່ງຊາດ ສະບັບເລກທີ 0095/ກສຄ, ລົງວັນທີ 31 ມັງກອນ 2020.

ອັບເດດ : 19 ຕຸລາ 2022