ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ສາມັກຄີມິດຕະພາບ ລາວ – ຫວຽດນາມ ປີ 2022

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ ໄດ້ຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ສາມັກຄີມິດຕະພາບ ລາວ – ຫວຽດນາມ ປີ 2022 ຂຶ້ນລະຫວ່າງວັນທີ 26 ຫາ 30 ຕຸລາ 2022 ທີ່ ຕະຫຼາດຄຳມ່ວນ, ເມືອງທ່າແຂກ, ແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ທ່ານ ດາລາ ອິນດາວົງ ຮອງຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເຢືອງວັນມິງ ຕາງໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງກວາງບິ່ງ ສສ ຫວຽດນາມ, ທ່ານ ບຸນໂຮມ ມຸກດາສັກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ພ້ອມດ້ວຍພະນັກງານພາກລັດ ແລະ ຫົວໜ່ວຍທຸລະກິດ ແລະ ບັນດາທ່ານແຂກຜູ້ມີກຽດທຸກທ່ານ.

ການຈັດງານຄັ້ງນີ້ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ຂອງສອງຊາດ ລາວ – ຫວຽດນາມ ນັ້ນຄື ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ – ຫຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ ໃນທາມກາງບັນຍາກາດອັນເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈ ຕໍ່ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ໃນໄລຍະຜ່ານມາ.

ພາຍໃນງານມີຜູ້ເຂົ້າຮ່ວມງານວາງສະແດງ ແລະ ຈຳໜ່າຍສິນຄ້າ ທັງໝົດ 05 ພາກສ່ວນ ແລະ ຜູ້ປະກອບມີຈຳນວນ 37 ຫ້ອງ ມີ 34 ຫົວໜ່ວຍ ມີລາຍລະອຽດດັ່ງລຸ່ມນີ້:
1. ຫ້ອງວາງສະແດງຈາກພາຍໃນແຂວງ ຈຳນວນ 07 ຫ້ອງ, ມີ 06 ຫົວໜ່ວຍ
– ສະມາຄົມທຸລະກິດຍິງ ຈຳນວນ 02 ຫ້ອງ, ມີ 02 ຫົວໜ່ວຍ (ແຈ່ວແຊບແມ່ທິບ ແລະ ຮ້ານພູ ຄັນນາ)
– ຄຳມ່ວນເຟີນີເຈີ້ ຈຳນວນ 02 ຫ້ອງ, ມີ 01 ຫົວໜ່ວຍ.
– ຮ້ານດັກແດ້ ຈຳນວນ 01 ຫ້ອງ, ມີ 01 ຫົວໜ່ວຍ.
– ໂຮງງານເຂົ້າໂຄບ ຈຳນວນ 01 ຫ້ອງ, ມີ 01 ຫົວໜ່ວຍ.
– ຮ້ານຂາຍຜັກອໍແກນນິກ ຈຳນວນ 01 ຫ້ອງ, ມີ 01 ຫົວໜ່ວຍ.
2. ຫ້ອງວາງສະແດງຈາກ 10 ຕົວເມືອງພາຍໃນແຂວງຄຳມ່ວນ ຈຳນວນ 10 ຫ້ອງ, ມີ 10 ຫົວໜ່ວຍ.
3. ຫ້ອງວາງສະແດງຈາກພະແນກການອ້ອມຂ້າງແຂວງ ຈຳນວນ 07 ຫ້ອງ ມີ 05 ຫົວໜ່ວຍ ຄື:
– ບໍລິສັດລາວໂທລະຄົມຈຳນວນ 01 ຫ້ອງ 01 ຫົວໜ່ວຍ.
– ຢູນີເທວ ຈຳນວນ 01 ຫ້ອງ ມີ 01 ຫົວໜ່ວຍ.
– ທະນາຄານພັດທະນາລາວ ຈຳນວນ 01 ຫ້ອງ ມີ 01 ຫົວໜ່ວຍ.
– ພະແນກວັດທະນາທຳ ແລະ ທ່ອງທ່ຽວແຂວງ ຈຳນວນ 02 ຫ້ອງ ມີ 01 ຫົວໜ່ວຍ.
– ບໍລິສັດ PP ST Group ຈໍານວນ 02 ຫ້ອງ 01 ຫົວໜ່ວຍ.
ໃນນັ້ນ: ສິນຄ້າໂອດອບ; ສິນຄ້າຫັດຖະກໍາ-ຈັກສານ; ສິນຄ້າກະສິກໍາ, ອາຫານປຸງແຕ່ງ, ສິນຄ້າ ເຟີນີເຈີ້, ສິນຄ້າຢາພື້ນເມືອງ, ເຄື່ອງເອ້ຢ້ອງ, ເຄື່ອງນຸ່ງ ແລະ ແຫວ່ນຕາ).
4. ຫ້ອງວາງສະແດງຈາກຕ່າງແຂວງ ຈຳນວນ 11 ຫ້ອງ, ມີ 11 ຫົວໜ່ວຍ ຄື:
– ນະຄອນຫຼວງວຽງຈັນ ຈຳນວນ 06 ຫ້ອງ ມີ 06 ຫົວໜ່ວຍ (ເຄື່ອງນຸ່ງ ແລະ ແຫວ່ນຕາ).
– ແຂວງອັດຕະປື ຈໍານວນ 02 ຫ້ອງ ມີ 02 ຫົວໜ່ວຍ.
– ແຂວງສາລະວັນ ຈຳນວນ 01 ຫ້ອງ ມີ 01 ຫົວໜ່ວຍ (ຫັດຖະກໍາ-ຈັກສານ).
– ແຂວງບໍລິຄຳໄຊ ຈຳນວນ 02 ຫ້ອງ ມີ 02 ຫົວໜ່ວຍ (ຫັດຖະກຳ-ຈັກສານ ແລະ ເຟີນີເຈີ້).
5. ຫ້ອງວາງສະແດງຈາກ ສສ ຫວຽດນາມ ຈຳນວນ 02 ຫ້ອງ, ມີ 02 ຫົວໜ່ວຍ.
– ແຂວງກວາງບິ່ງ ຈໍານວນ 01 ຫ້ອງ ມີ 01 ຫົວໜ່ວຍ.
– ນະຄອນດານັງ ຈຳນວນ 01 ຫ້ອງ ມີ 01 ຫົວໜ່ວຍ.

ນອກຈາກນີ້ ງານວາງສະແດງ ໃນຄັ້ງນີ້ຍັງເປັນການ ຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກການຮ່ວມມື ທີ່ໄດ້ມີການລົງນາມຮ່ວມກັນ ລະຫວ່າງ ແຂວງຄຳມ່ວນ ກັບບັນດາແຂວງ, ນະຄອນ ຂອງ ສສ ຫວຽດນາມ ໃນການຊຸກຍູ້ສົ່ງເສີມວຽກງານການຄ້າ, ການລົງທຶນ, ການບໍລິການ ແລະ ການທ່ອງທ່ຽວ ໃຫ້ໄດ້ຮັບການພັດທະນາໃຫ້ດີຂຶ້ນເປັນກ້າວໆ. ພ້ອມກັນນັ້ນ, ຍັງເປັນການໄດ້ສ້າງເງື່ອນໄຂໃຫ້ພາກທຸລະກິດຂອງລາວ ແລະ ຫວຽດນາມ ໄດ້ນຳເອົາຜະລິດຕະພັນສິນຄ້າທີ່ເປັນເອກະລັກຂອງຕົນເອງເພື່ອມາວາງສະແດງ ໂຄສະນາປະຊາສໍາພັນ ໃຫ້ຂາຍເປັນສິນຄ້າ ແລະ ເປັນໂອກາດອັນດີທີ່ເຮັດໃຫ້ຜູ້ປະກອບການທັງສອງປະເທດໄດ້ພົບປະແລກປ່ຽນຂໍ້ມູນທາງດ້ານທຸລະກິດນໍາກັນ ກ້າວໄປເຖິງການຈັບຄູ່ສັນຍາເຮັດທຸລະກິດຮ່ວມກັນ. ນອກຈາກການຊົມຮ້ານວາງສະແດງ ແລະ ຈໍາໜ່າຍສິນຄ້າ ແຂວງຄໍາມ່ວນ ກໍ່ຍັງມີບັນດາສະຖານທີ່ທ່ອງທ່ຽວທີ່ສໍາຄັນທາງວັດທະນະທໍາ ແລະ ທໍາມະຊາດ ເຊັ່ນ: ພະທາດສີໂຄດຕະບູນ, ພະທາດເມືອງພອນ, ຖໍ້າພະໜອງປາຜາ, ພະທາດຕຸມພະວັງ, ຖໍ້ານາງແອ່ນ, ຖໍ້າພະຈັນ, ຖໍ້າກອງລໍ, ພູຜາມ່ານ, ທ່າຝຮັງ ແລະ ສະຖານທີ່ທ່ອງທ່ຽວຕ່າງໆພາຍໃນແຂວງຄຳມ່ວນ.