ສົ່ງເສີມທຸລະກິດກະສິກຳ ແລະ ການລົງທຶນ ໃນຂະແໜງອາຫານປຸງແຕ່ງໃນ ສປປ ລາວ

ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮ່ວມກັບສະຖາບັນແມ່ນໍ້າຂອງ ມີແຜນຈະຈັດກອງປະຊຸມທຸລະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ປີ 2022 ພາຍໃຕ້ຫົວຂໍ້ “ສົ່ງເສີມທຸລະກິດກະສິກຳ ແລະ ການລົງທຶນ ໃນຂະແໜງອາຫານປຸງແຕ່ງໃນ ສປປ ລາວ” ໂດຍການສະໜັບສະໜູນຈາກກອງທຶນພິເສດຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ໄດ້ຮັບການຮ່ວມມືຈາກກະຊວງການຄ້າ ແຫ່ງລາຊາອານາຈັກໄທ.

ໃນງານມີການວາງສະແດງຜະລິດຕະພັນກະສິກຳປຸງແຕ່ງ ພ້ອມທັງອຳນວຍຄວາມສະດວກໃນການຈັບຄູ່ທຸລະກິດລະຫວ່າງບັນດາບໍລິສັດລາວກັບຜູ້ຜະລິດ, ຜູ້ສະໜອງ, ຜູ້ຄ້າຂາຍ ແລະ ນັກລົງທຶນຈາກຕ່າງປະເທດ ແລະ ພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.