ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ກະສິກໍາປຸງແຕ່ງ 09 ແຂວງ ຕົວແບບ

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໄດ້ຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ກະສິກໍາປຸງແຕ່ງ 09 ແຂວງ ຕົວແບບ ຂຶ້ນລະຫວ່າງວັນທີ 30 ກັນຍາ – 02 ຕຸລາ 2022 ທີ່ ສູນການຄ້າ ແຟຣນຊິບມໍ ນະຄອນປາກເຊ, ແຂວງຈໍາປາສັກ. ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນ ແຂວງຈຳປາສັກ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ,​ ທ່ານ ປອ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ພ້ອມດ້ວຍພະນັກງານພາກລັດ ແລະ ຫົວໜ່ວຍທຸລະກິດ 09 ແຂວງ ແລະ ບັນດາທ່ານແຂກຜູ້ມີກຽດທຸກທ່ານ.
ການຈັດງານຄັ້ງນີ້ໂດຍປະຕິບັດຕາມໜັງສືສະເໜີຂອງກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ເຊີ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານທັງໝົດຈາກໂຄງການ ປະເມີນການພັດທະນາສິນຄ້າຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອສົ່ງອອກ ແລະ ເຂົ້າເຖິງຕະຫຼາດ ສປ ຈີນ ສົກປີ 2021 ບົນພື້ນຖານ : ສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ລະຫວ່າງ ສປປ ລາວ ແລະ ສປ ຈີນ ລົງວັນທີ 02 ສິງຫາ 2021 ຊຶ່ງທາງພະແນກອຸດສາຫະກໍາ ແລະ ການຄ້າ ແລະ ກົມສົ່ງເສີມການຄ້າ ໄດ້ປະສານສົມທົບກັນ ເພື່ອວາງແຜນໃນການຈັດຕັ້ງປະຕິບັດງານດັ່ງກ່າວ ມາແຕ່ຕົ້ນເດືອນສິງຫາ 2022 ຜ່ານມາ ໃນການກະກຽມຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໃນຄັ້ງນີ້ ເພື່ອແນ່ໃສ່ການໂຄສະນາຜະລິດຕະພັນສິນຄ້າກະສິກຳປຸງແຕ່ງເພື່ອສົ່ງອອກ ແລະ ເຂົ້າເຖິງຕະຫຼາດພາຍໃນ ແລະ ຕ່າງປະເທດ ຂອງຜະລິດຕະພັນລາວ ເປັນຫຼັກ, ເປັນການສົ່ງເສີມສິນຄ້າລາວເຂົ້າສູ່ຕະຫຼາດພາຍໃນ ແລະ ສາກົນ, ກະຕຸ້ນການຕະຫຼາດ ຢູ່ພາຍໃນປະເທດໃຫ້ມີການຂະຫຍາຍຕົວເພີ່ມຂື້ນ, ​ໃຫ້ຜູ້ຜະລິດ ແລະ ຜູ້ປະກອບການເຂົ້າໃຈກ່ຽວກັບສະພາບການປ່ຽນແປງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ການປັບໂຕໃຫ້ເຂົ້າກັບສະພາບການໃນປັດຈຸບັນ (New normal), ເຮັດໃຫ້ຫົວໜ່ວຍທຸລະກິດ ໄດ້ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ, ທັງດ້ານການປຸງແຕ່ງ, ຕະຫຼອດຮອດການຈັບຄູ່ທະລະກິດ (Business Matching) ລະຫວ່າງ ຜູ້ປຸງແຕ່ງ ແລະ ຜູ່ປະກອບການທຸລະກິດກະສິກໍາ, ຫັດຖະກໍາ ໃຫ້ມີມູນຄ່າທີ່ສູງຂື້ນ.
ພາຍໃນງານວາງສະແດງສິນຄ້າ ມີທັງໝົດ 40 ຫ້ອງ ມີ 46 ຫົວໜ່ວຍເຂົ້າຮ່ວມ ໃນນັ້ນ ມີຫ້ອງວາງສະແດງສິນຄ້າ ຕົວແບບ ຂອງໂຄງການ ຈາກ 09 ແຂວງ ຈໍານວນ 01 ຫ້ອງໃຫຍ່,​ ກວມເອົາ 06 ຫ້ອງ ມີ 09 ຫົວໜ໋ວຍ,​ ຫ້ອງວາງສະແດງສິນຄ້າ ຜະລິດຕະພັນທີ່ພົ້ນເດັ່ນ ຂອງ 04 ແຂວງພາກໃຕ້ (ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື) ຈໍານວນ 04 ຫ້ອງ ມີ 04 ຫົວໜ່ວຍ, ຫ້ອງວາງສະແດງ ແລະ ຈໍາໜ່າຍສິນຄ້າ ວິສາຫະກິດ ພາຍໃນແຂວງຈໍາປາສັກ ຈຳນວນ 30 ຫ້ອງ ໃນນັ້ນ : ສິນຄ້າໂອດອບມີ 33 ຫົວໜ່ວຍ ຈາກ 09 ເມືອງ 01 ນະຄອນ (08 ຫ້ອງ); ສິນຄ້າຫັດຖະກໍາ 06 ຫົວໜ່ວຍ; ສິນຄ້າກະສິກໍາ ແລະ ອຸດສາຫະກໍາ ປຸງແຕ່ງ 17 ຫົວໜ່ວຍ, ສິນຄ້າທີ່ນໍາມາວາງສະແດງ ແລະ ຈໍາໜ່າຍ ແມ່ນປະເພດຜະລິດຕະພັນສິນຄ້າກະສິກໍາ – ອຸດສາຫະກໍາ ປຸ່ງແຕ່ງ (ກາເຟ-ຊາ-ເຂົ້າ-ຜັກ-ມັນຕົ້ນ-ປາສຕິກ-ທໍ່ພີອີ), ເຄື່ອງຫັດຖະກຳຈັກສານໄມ້ປ່ອງ-ຫວາຍ, ຜ້າຝ້າຍ, ຜ້າໄໝ, ສິນຄ້າໂອດອບ ພ້ອມທັງສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງ ແລະ ສິນຄ້າຈາກ 9 ແຂວງ ທີ່ເຂົ້າຮ່ວມໂຄງການ.