
ໃນວັນທີ 15 ສິງຫາ 2022 ເວລາ 14:00 ໂມງ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ໄດ້ຈັດພິທີຖະແຫລງຂ່າວ ການຈັດງານວາງສະແດງສິນຄ້າລາວ-ຫວຽດນາມ 2022 ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ຊຶ່ງສະໜັບສະໜູນໂດຍສູນການຄ້າລາວ-ໄອເຕັກ ໃຫ້ກຽດເປັນປະທານຮ່ວມງານໃນຄັ້ງນີ້ໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ນາງ ເລ ທິເຟືອງຮົວ ທີ່ປຶກສາການຄ້າ ຫົວໜ້າຫ້ອງການທູດການຄ້າ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ແລະ ທ່ານ ວັນຢຸງ ຮວງວັນ ຜູ້ຈັດການທົ່ວໄປ ສູນວາງສະແດງ ແລະ ງານລ້ຽງປະຊຸມ, ມີຜູ້ເຂົ້າຮ່ວມ ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານພາກລັດ ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ນອກນັ້ນຍັງມີນັກຂ່າວສື່ມວນຊົນເຂົ້າຮ່ວມຈໍານວນຫຼວງຫຼາຍ.
ຈຸດປະສົງ: ຂອງການຈັດພິທີຖະແຫລງຂ່າວການຈັດງານວາງສະແດງສິນຄ້າລາວ-ຫວຽດນາມໃນຄັ້ງນີ້ ເພື່ອເປັນການໂຄສະນາປະຊາສໍາພັນ ໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເປີດໂອກາດໃຫ້ທຸລະກິດ, ຜູ້ປະກອບການທາງດ້ານການຄ້າ-ຂາຍຂອງ 02 ປະເທດ ໄດ້ມີໂອກາດເຂົ້າຮ່ວມແລກປ່ຽນບົດຮຽນ, ແນະນໍາຄຸນນະພາບສິນຄ້າຂອງກັນ ແລະ ກັນ ທັງເປັນການກະກຽມຄວາມພ້ອມເພື່ອເຂົ້າຮ່ວມງານວາງສະແດງດັ່ງກ່າວ; ພ້ອມດຽວກັນນັ້ນກໍ່ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ ຄົບຮອບ 45 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 60 ປີ.
ງານວາງສະແດງສິນຄ້າລາວ-ຫວຽດນາມໃນຄັ້ງນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 25-29 ສິງຫາ 2022 ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ປະກອບມີຫ້ອງວາງສະແດງທັງໝົດ 200 ຫ້ອງ, ໃນນັ້ນມີທຸລະກິດຈາກ ສສ ຫວຽດນາມ 120 ຫ້ອງ ແລະ ພາກທຸລະກິດ ສປປ ລາວ ເຂົ້າຮ່ວມ 80 ຫ້ອງຈາກທົ່ວປະເທດ; ປະເພດສິນຄ້າທີ່ຈະມາວາງສະແດງພາຍໃນງານປະກອບມີ: ເຄື່ອງອຸປະໂພກ ແລະ ບໍລິໂພກ, ສິນຄ້າກະສິກໍາປຸງແຕ່ງ, ຜະລິດຕະພັນການກະເສດ, ເຄື່ອງຫັດຖະກໍາ, ເຄື່ອງຕັດຫຍິບ-ແຟຊັນ, ອາຫານທະເລ, ເຄື່ອງເຟີນີເຈີ, ຢາປົວພະຍາດ ແລະ ອຸປະກອນການແພດ; ກິດຈະກໍາພາຍໃນງານວາງສະແດງສິນຄ້າ ຈະມີການແຈກຂອງຂວັນໃຫ້ແຂກທີ່ມາຢ້ຽມຊົມງານ, ມີຫ້ອງວາງສະແດງການເມືອງຂອງສອງຊາດລາວ-ຫວຽດນາມ, ມີການ ສະແດງສີລະປະວັນນະຄິດີທີ່ເປັນເອກະລັກໂດດເດັ່ນຂອງສອງຊາດລາວ-ຫວຽດນາມ, ມີການແຂ່ງຂັນຟ້ອນ ແລະ ຮ້ອງເພັງ, ນອກນັ້ນພາຍໃນງານ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມສົ່ງເສີມການຄ້າ ຮ່ວມກັບ ສະຖາບັນຄົ້ນຄວ້າອຸດສາຫະກໍາ ແລະ ການຄ້າ ຈະໄດ້ຈັດກອງປະຊຸມວິທະຍາສາດ ພາຍໃນຫົວຂໍ້: “ການສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງ ລາວ-ຫວຽດນາມ ພາຍຫລັງໂຄວິດ-19 ແລະ ການປ່ຽນແປງຂອງສະພາບເສດຖະກິດໂລກໃນປັດຈຸບັນ” ເພື່ອສ້າງເປັນເວທີສົນທະນາຂອງນັກທຸລະກິດທີ່ວາງສະແດງຢູ່ໃນງານ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການແລກປ່ຽນບົດຮຽນການຊື້-ຂາຍ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ ໃນການດໍາເນີນທຸລະກິດຈາກ 02 ປະເທດລາວ-ຫວຽດນາມໃຫ້ມີຄວາມຍືນຍົງ.
ເພື່ອເປັນການສືບຕໍ່ຜັນຂະຫຍາຍການຮ່ວມມື, ເພີ່ມທະວີສາຍພົວພັນສາມັກຄີມິດຕະພາບອັນພິເສດ, ເພີ່ມສາຍພົວພັນທາງດ້ານການຄ້າ ລະຫວ່າງປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ນັບກວ້າງຂວາງຂຶ້ນ ແລະ ເປັນການກະຕຸ້ນລະບົບເສດຖະກິດຂອງ ສປປ ລາວ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ຮ່ວມກັບກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ແລະ ຂະແໜງການທີ່ກ່ຽວຂ້ອງຕ່າງໆ ຂໍເຊີນຊວນທຸລະກິດ, ນັກທ້ອງທ່ຽວແຂກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ້ຽມຊົມງານວາງສະແດງສິນຄ້າລາວ-ຫວຽດນາມ 2022 ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-29 ສິງຫາ 2022 ທີ່ ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ.


