
ໃນວັນທີ 02 ສິງຫາ 2022 ໄດ້ຈັດກອງປະຊຸມປຶກສາຫາລືລະບົບຖານຂໍ້ມູນຂ່າວສານທາງດ້ານການຕະຫຼາດຂອງສິນຄ້າກະສິກຳຢູ່ ສປປ ລາວ LAO Agricultural Market Information System (LAO – AMIS) ທີ່ ໂຮງແຮມ ດອກຈຳປາ, ແຂວງ ບໍລິຄຳໄຊ ໂດຍການຮ່ວມມືລະຫວ່າງ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮວ່ມກັບ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ບໍລິຄຳໄຊ. ພາຍໃຕ້ໂຄງການຜະລິດກະສິກຳເປັນສິນຄ້າ ຢູ່ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ດາລາ ອິນດາວົງ ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ໂພສອນ ທະລາພອນ ຮອງຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ບໍລິຄໍາໄຊ ແລະ ທ່ານ ສົມຫວັງ ແກ້ວວົງວິຈິດ ຮອງຫົວຫນ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ບໍລິຄໍາໄຊ , ກອງປະຊຸມດັ່ງກ່າວໄດ້ເຜີຍແຜ່ເຖິງ 04 ຈຸດປະສົງຫລັກຄື:
1. ເພື່ອຮັບຟັງການສະເໜີຜົນສໍາເລັດໃນການສ້າງ ແລະ ພັດທະນາລະບົບຖານຂໍ້ມູນຕະຫຼາດສິນຄ້າກະສິກໍາຂອງລາວ (LAO-AMIS) ແລະ ການນໍາໃຊ້ລະບົບຈາກຊ່ຽວຊານພາຍໃນໃຫ້ແກ່ຂະແໜງການພາກລັດ (ອຸດສາຫະກໍາ ແລະ ການຄ້າ, ກະສິກໍາ ແລະ ປ່າໄມ້) ແລະ ຜູ້ປະກອບການທຸລະກິດຢູ່ພາຍໃນແຂວງເປົ້າໝາຍຂອງໂຄງການ.
2. ເພື່ອຮັບຮອງການເກັບກໍາຂໍ້ມູນຂ່າວສານກ່ຽວກັບສິນຄ້າກະສິກຳ ເຂົ້າ, ສາລີ ແລະ ພືດຜັກ ຢູ່ ສປປ ລາວ, ເປັນຂໍ້ມູນພື້ນຖານທີ່ນໍາໃຊ້ເຂົ້າໃນການວິເຄາະ ແລະ ຄາດຄະເນຕະຫຼາດຂອງສິນຄ້າກະສິກຳ ຢູ່ພາຍໃນປະເທດ ແລະ ສາກົນ.
3. ເພື່ອສະໜອງຂໍ້ມູນທາງດ້ານການຕະຫຼາດກ່ຽວກັບສິນຄ້າກະສິກໍາ (ລາຄາ,ປະລິມານ ແລະ ຄຸນນະພາບ) ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ ໃຫ້ຊາວກະສິກອນ ກຸ່ມຜູ້ຜະລິດ, ກຸ່ມຜູ້ປະກອບການໂຮງສີ/ໂຮງງານປຸ່ງແຕ່ງ, ແລະ ທຸກໆພາກສ່ວນທີ່ກ່ຽວຂ້ອງກັບຕ່ອງໂສ້ສິນຄ້າກະສິກໍາ.
4. ເພື່ອແນະນໍາແບບຟອມການເກັບກໍາຂໍ້ມູນແຕ່ລະງວດ, ແຕ່ລະໄລຍະ ລວມໄປເຖິງການປ້ອນຂໍ້ມູນ, ການແກ້ໄຂຂໍ້ມູນ, ແລະ ການນໍາໃຊ້ຂໍ້ມູນໃນລະບົບດັ່ງກ່າວ ເພື່ອໃຫ້ເກີດປະໂຫຍດສູງສຸດ.



