
ໃນລະຫວ່າງວັນທີ 15-16 ມີນາ 2022 ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມພິທີ ເປີດປ້າຍກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ຫຼື ໂອດອບ ທີ່ ເມືອງຫຼວງນ້ຳທາ ແລະ ເມືອງ ສິງ ແຂວງຫຼວງນ້ຳທາ, ໂດຍມີ ຄະນະພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ຄະນະເຈົ້າເມືອງ ແລະ ຄະນະກຳມະການຄັດເລືອກສິນຄ້າ ໂອດອບ ຂັ້ນເມືອງ ແລະ ຂັ້ນແຂວງ ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມຫນ້າ; ເຊິ່ງກົມສົ່ງເສີມການຄ້າ ໄດ້ອອກອະນຸຍາດນຳໃຊ້ກາໝາຍ ໂອດອບ ໃຫ້ແກ່ 03 ກຸ່ມຜູ້ຜະລິດຄື:
1. ກຸ່ມຫັດຖະກຳຕ່ຳຫູກ ບ້ານສິນອຸດົມ ເມືອງຫຼວງນ້ຳທາ
2. ກຸ່ມຫັດຖະກຳປັກແສ່ວຊົນເຜົ່າອາຄາ ບ້ານຫຼັກຄຳ ເມືອງສິງ
3. ກຸ່ມຜະລິດຖົ່ວເນົ່າ ບ້ານນ້ຳແກ້ວຫຼວງ ເມືອງສິງ
ແຂວງຫຼວງນ້ຳທາ ມີການອະນຸຍາດນຳໃຊ້ກາໝາຍ ໂອດອບ ໃຫ້ທັງໝົດ 08 ຫົວໜ່ວຍ ໃນນັ້ນລວມມີສິນຄ້າທັງໝົດ 37 ຜະລິດຕະພັນ, ເຊິ່ງມີຜູ້ຜະລິດປະເພດສິນຄ້າຫັດຖະກຳ 05 ຫົວໜ່ວຍ (ສິນຄ້າຫັດຖະກຳ 33 ຜະລິດຕະພັນ), ຜູ້ຜະລິດປະເພດສິນຄ້າອາຫານ ແລະ ເຄື່ອງດື່ມ 03 ຫົວໜ່ວຍ (ສິນຄ້າຫັດຖະກຳ 04 ຜະລິດຕະພັນ) ເຊິ່ງກວມຢູ່ໃນ 04 ເມືອງ ໃນ 06 ບ້ານ.
ທັງນີ້, ວຽກງານດັ່ງກ່າວແມ່ນເກີດຂື້ນ ໂດຍມີຈຸດປະສົງຫຼັກ ຄື: ຊຸກຍູ້ສົ່ງເສີມຂະບວນການຜະລິດເປັນສິນຄ້າ ເພື່ອໃຫ້ມີຜະລິດຕະພັນໃໝ່ ເພີ່ມຂື້ນ, ເຊິ່ງເປັນໜຶ່ງໃນນະໂຍບາຍຂອງລັດຖະບານ ເພື່ອແກ້ໄຂບັນຫາຄວາມທຸກຍາກ ຂອງປະຊາຊົນໃນເຂດທຸກຍາກຕ່າງໆ ໂດຍນຳໃຊ້ວຽກງານ ODOP ເປັນເຄື່ອງໝາຍສັນຍາລັກ.
ການຄັດເລືອກຜະລິດຕະພັນໃດໜື່ງເພື່ອຕິດກາໝາຍ ກໍ່ແມ່ນອີງໃສ່ເງື່ອນໄຂ ແລະ ລະບຽບການ ທີ່ໄດ້ກຳນົດໄວ້ແລ້ວ ຈື່ງເຮັດໃຫ້ທາງຄະນະຮັບຜິດຊອບສາມາດຄັດເລືອກເອົາ ຜະລິດຕະພັນທີ່ນອນໃນເງື່ອນໄຂດັ່ງກ່າວ ແລະ ມີຄວາມພ້ອມທີ່ຈະຕິດກາໝາຍ ODOP ນີ້ໃຫ້. ການດຳເນີນງານໃນການຕິດກາໝາຍ ແມ່ນໄດ້ຜ່ານການຄົ້ນຄວ້າ, ສຶກສາລົງເລິກ ແລະ ລົງເຮັດວຽກຕົວຈິງ ຂອງຄະນະ ແລະ ພະນັກງານວິຊາການ ທີ່ຮັບຜິດຊອບໃນຂັ້ນຕ່າງໆຢ່າງເອົາໃຈໃສ່. ປະກອບກັບມີການປະສານງານ ແລະ ຕິດຕາມກວດກາ ຂອງພາກສ່ວນທີ່ກ່ຽວຂ້ອງຢ່າງມີແບບແຜນ ແລະ ຈຸດສຸມ ຈື່ງເຮັດໃຫ້ການດຳເນີນງານຄັ້ງນີ້ເກີດຂື້ນໄດ້.

