ມີໜ້າທີ່
- ຄົ້ນຄວ້າສ້າງແຜນຍຸດທະສາດ, ແຜນພັດທະນາສິນຄ້າ ແລະ ການບໍລິການ, ການສ້າງມູນຄ່າເພີ່ມໃຫ້ສິນຄ້າ ແລະ ການບໍລິການ ພ້ອມທັງເຜີຍແຜ່ ແລະ ຈັດຕັ້ງປະຕິບັດ;
- ສຶກສາ, ຄົ້ນຄວ້າ ແລະ ກໍາສິນຄ້າທ່າແຮງ ເພື່ອພັດທະນາໃຫ້ໄດ້ມາດຕະຖານສົ່ງອອກ;
- ວິໄຈ, ໃຫ້ຄໍາປຶກສາ ແລະ ປະກອບຄໍາເຫັນ ທາງດ້ານວິຊາການ ໃຫ້ກັບຜູ້ຜະລິດສິນຄ້າ ທີ່ເປັນບຸລິມະສິດ ເພື່ອປັບປຸງຄຸນນະພາບສິນຄ້າ ໃຫ້ສາມາດແຂ່ງຂັນ ແລະ ເຊື່ອມໂຍງ ໃນຕະຫຼາດພາຍໃນ ແລະ ສາກົນ;
- ປະສານກັບພາກສ່ວນກ່ຽວຂ້ອງ ແລະ ຄົ້ນຄວ້າສ້າງນິຕິກໍາ, ຊຸກຍູ້ສົ່ງເສີມ ແລະ ເອື້ອອໍານວຍຄວາມສະດວກ ໃນການຈັດຕັ້ງປະຕິບັດນະໂຍບາຍພັດທະນາສິນຄ້າ;
- ປະສານງານກັບພາກສ່ວນກ່ຽວຂ້ອງ, ຄົ້ນຄວ້າສ້າງນິຕິກໍາຕ່າງໆ, ຊຸກຍູ້ສົ່ງເສີມໃນການຈັດຕັ້ງປະຕິບັດວຽກ ງານ ຫນຶ່ງເມືອງຫນຶ່ງຜະລິດຕະພັນ (ODOP) ພ້ອມດ້ວຍຕິດຕາມ ແລະ ປະເມີນຜົນບັນດາສິນຄ້າທີ່ໄດ້ຮັບກາ ຫມາຍ ODOP ໃນແຕ່ລະໄລຍະ;
- ເປັນເຈົ້າການປະສານກັບອົງການພັດທະນາສິນຄ້າສາກົນ ເພື່ອສ້າງມູນຄ່າເພີ່ມໃຫ້ສິນຄ້າທ່າແຮງຂອງລາວ;
- ຄົ້ນຄວ້າ, ແນະນໍາ, ໃຫ້ຄໍາປຶກສາ ເພື່ອພັດທະນາສິນຄ້າ ໂດຍນໍາໃຊ້ເຕັກໂນໂລຊີແບບໃຫມ່ທີ່ທັນສະໄຫມເພື່ອ ພັດທະນາ ການອອກແບບຜະລິດຕະພັນ, ການສ້າງຍີ່ຫໍ້ໃຫ້ກັບສິນຄ້າ, ການບັນຈຸຫຸ້ມຫໍ່ ແລະ ອື່ນໆ;
- ຈັດກອງປະຊຸມ, ຝຶກອົບຮົມ ແລະ ການສໍາມະນາ ເພື່ອຍົກລະດັບຄວາມຮູ້ ກ່ຽວກັບວຽກງານສົ່ງເສີມການ ຄ້າ ແລະ ພັດທະນາສິນຄ້າ ໃຫ້ຜູ້ປະກອບກິດຈະການ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ສາກົນ ເພື່ອເຜີຍແຜ່, ໃຫ້ຄໍາແນະນໍາພາກທຸລະ ກິດ ກ່ຽວກັບລະບົບການຢັ້ງຢືນຄຸນນະພາບຂອງສິນຄ້າ ແລະ ມາດຕະຖານເພື່ອສົ່ງອອກ;
- ຄົ້ນຄວ້ານະໂຍບາຍ ແລະ ສະເຫນີໂຄງການຈັດຕັ້ງປະຕິບັດ ໃນຂົງເຂດວຽກງານພັດທະນາຜະລິດຕະພັນ ແລະ ສິນຄ້າໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ ຕາມຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງ ປະເທດ;
- ເປັນເຈົ້າການຄົ້ນຄວ້າ ຈັດງານອອກແບບລາງວັນ ຜະລິດຕະພັນດີເດັ່ນ, ງານວາງສະແດງໂອດັອບແຫ່ງຊາດ, ງານວາງສະແດງພາຍໃນ ໂດຍປະສານສົມທົມກັບພາກສ່ວນທີ່ກ່ຽວຂ້ອງພາຍໃນກົມ, ເມືອງ, ແຂວງ ແລະ ຂະແຫນງການທີ່ກ່ຽວຂ້ອງ ຢູ່ສູນກາງ ແລະ ທ້ອງຖີ່ນ;
- ຄົ້ນຄວ້າ ແລະ ສ້າງປື້ມຄູ່ມື ກ່ຽວກັບວຽກງານພັດທະນາສິນຄ້າ ແລະ ວຽກງານຫນຶ່ງເມືອງຫນຶ່ງຜະລິດຕະພັນ;
- ຕິດຕາມລາຄາສິນຄ້າ ການຊື້-ຂາຍ ໃນຕະຫລາດໂລກ ເປັນຕົ້ນສິນຄ້າ ລາຄາທ່າແຮງກະສິກໍາຂອງ ສປປ ລາວ ເພື່ອລາຍງານການນໍາ;
- ສ້າງສາລະຄະດີວຽກງານສົ່ງເສີມການຄ້າ ທີ່ຕິດພັນກັບວຽກງານພະແນກ ເພື່ອເປັນຂໍ້ມູນຂ່າວສານ ແຈກຍາຍ ໃຫ້ການນໍາ, ທີ່ປຶກສາການຄ້າຕ່າງປະເທດປະຈໍາລາວ ແລະ ປະຈໍາຢູ່ຕ່າງປະເທດ;
- ສ້າງຖານຂໍ້ມູນ ໂອດອບ, ສິນຄ້າກະສິກໍາທ່າແຮງ ແລະ ປັບປຸງພັດທະນາຄຸ້ມຄອງຖານຂໍ້ມູນຂອງກົມ, ໃຫ້ ກັບຜູ້ປະກອບການ ເຊັ່ນ: ຂໍ້ມູນເງື່ອນໄຂສິນຄ້າ, ແນວໂນ້ມສີນຄ້າ, ມາດຖານຂອງຕະຫລາດຮອງຮັບສິນຄ້າ ຂອງ ສປປ ລາວ;
- ປະຕິບັດຫນ້າທີ່ອື່ນ ຕາມການມອບຫມາຍຂອງຄະນະກົມ.
ຄະນະບໍລິຫານງານ ພະແນກ ພັດທະນາສິນຄ້າ
![]() ຫົວໜ້າພະແນກ |
![]() |
![]() |
![]() |
ຮອງຫົວໜ້າ ທ່ານ ພູເຂົາ ແພງຄຳມີ |
ຮອງຫົວໜ້າ ທ່ານ ເມັງລີ ເຢຍເຊັງ |
ຮອງຫົວໜ້າ ທ່ານ ນາງ ສອນເພັດ ສີຫາປັນຍາ |
![]() |
![]() |
![]() |
ວິຊາການ ທ່ານ ເອກະລັກ ອຸດົມເດດ |
ວິຊາການ ທ່ານ ນາງ ມະນີວອນ ວົງໄຊ |
ວິຊາການ ທ່ານ ນາງ ລານີ ສາຍວົງວານ |
![]() |
![]() |
|
ວິຊາການ ທ່ານ ນາງ ພົມມະລີ ສາຍນໍລາດ |
ວິຊາການ ທ່ານ ຈັກກຣິກ ອິນທະວົງ |
|